Happy cooking with Anoma

Happy cooking with Anoma สอนทำขนมและอ

11/12/2024
10/20/2022
03/23/2022

ຂະນົມຖົວແປບ
ແປ້ງເຂົ້າໜຽວ 200g
ນຳ້ 180g
ເກື່ອໃສ່ໃນແປ້ງ 1/4ບວງກາເຟ
ຖົວຂຽວສຸກແລ້ວ 350-400g
ໝາກພ້ວຄູດ 80g
ງາຂົ້ວ 30g
ນຳ້ຕານ 100g
ເກືອໃສ່ໃນນຳ້ຕານກັບງາ. 1/2ບວງກາເຟ
ວິທີເຮັດ:
ເວລາໝວດແປ້ງ ຄັນແປ້ງແຂງໃຫ້ເພີມນຳ້ນ້ອຍນຶ່ງແຕ່ຖ້າແປ້ງແຫລວໃຫ້ໃສ່ແປ້ງເຂົ້າໄປເພາະແປ້ງແຕ່ລະບ່ອບໍ່ຄືກັນ
ເວລາຕົ້ມໃຫ້ສັງເກດເແປ້ງລອຍຂື້ນມາຖືວ່າແປ້ງສຸກແລ້ວລະຄ່ອຍຕັກໄປເກືອກຖົວຂຽວກັບໝາກພ້າວຄູດ
เขียนถึง Anoma Diamond

03/16/2022

ເຂົ້າໝົມອຸ້ມລຸ້ມ
ແປ້ງເຂົ້າໜຽວ 300g
ນຳ້ 280-290g
ນຳ້ຕານ 60g
ແປ້ງຟູ 1 ບວງກາເຟ
ນຳ້ມັນພຶດ 20g
ເກືອ 1/4 ບວງກາເຟ
ສ່ວນປະກອບຂອງໃສ້
ຖົວຂຽວສຸກ 250g
ນຳ້ຕານ 110g
ກະທິ 100g
ໝາກພ້າວຄູດ 100g
ເກືອ 1/3 ບວງກາເຟ
ວິທີເຮັດ:
ເອົາຖົວຂຽວລ້າງປະມານ5ນຳ້ຈົນນຳ້ບໍ່ເຫລືອງລະພັກໄວ້ປະມານ4ຊົວໂມງຫລືຈະແຊ້ໄວ້ແຕ່ກາງຄືນກາໃດ
ໜຶງປະມານ15-25ນາທີແລ້ວເອົາຖົວຂຽວມາໝຶ້ງ
ເວລາປັນບໍ່ຕ້ອງເຮັດແປ້ງບາງຫລາຍ ແລະ ຫໍໃຫ້ຫົ້ມໃສ້ ເວລາທອດເອົາລົງທຳອິດຢ່າຟ້າວຄົນ ປະໃຫ້ແປ້ງແຂງໂຕນ້ອຍນຶ່ງບໍ່ສັນຂະໝົມຊິເລະ

03/11/2022

ມາເດີ ມາເດີ ສົດໆຮ້ອນໆແຊບໆເດີ😋

03/11/2022

ກ້ວຍທອດ Deep Fried Banana
ກ້ວຍ
ເຜືອກ
ມັນດ້າງໄຂ່
ແປ້ງເຂົ້າຈ້າວ 180g
ກະທິ 220g
ນຳ້ 60g
ນຳ້ຕານ 90g
ເກືອ 1/2ບວງກາເຟ
ນຳ້ປູໃສ 2ບວງກາເຟ
ໝາກພ້າວຄູດ 80g
ງາຂາວ 30g
ສຳລັບນຳ້ປູໃສ ຄັນບໍ່ມີ ກາບໍ່ໃສ່ກາໃດ ແຕ່ມັນຊິບໍ່ກອບຫລາຍ
ວິທີເຮັດ: ເອົາສ່ວນປະກອບທັງໝົດລວມກັນແລ້ວພັກໄວ້ໃນຕູ້ເຢັນ3-5ຊົວໂມງຫລືຂາມຄືນຍິງດີ
ເພື່ອໃຫ້ແປ້ງດູດນຳ້ກະທິແລ້ວຄ່ອຍທອດ ແປ້ງມັນຈະເກາະກ້ວຍດີ ທອດໄຟປານກາງ
Deep Fried Banana
Banana
Taro
Sweet potato
180g Rice flour
220g Coconut milk
60g water
90g Sugar
80g Grated coconut
1/2 Tsp Salt
30 White sesame seeds
2 Tsp clear crab juices

03/06/2022

ຈັບກ້ວຍສູດບໍ່ຕ້ອງງໍ້ແປ້ງເໝັນ
ແປັງເຂົ້າຈີ່ 250g
ນຳ້ຕານ 1/2 ບວງແກງ ມັກຫວານເພີ່ມເປັນ 1ບວງໄດ້
ເກືອ 1 ບວງກາເຟ ຖ້າບໍ່ມັກເຄັມໃຫ້ໃສ່1/2ບວງໄດ້
ແປ້ງຟູ 1 ບວງກາເຟ
ຢຶດ 1 ບວງກາເຟ
ນຳ້ມັນພຶດ 1/2 ບວງແກງ
ໄຂ່ 1 ໝ່ວຍ
ນຳ້ອຸ່ນ 140-145g ໃຫ້ໃສ່140gກ່ອນຖ້າ ແປ້ງແຂງ
ຄ່ອຍເພີມນຳ້ອີກເພາະແປ້ງແຕ່ລະບອ່ນມັນບໍ່ຄືກັນ
Deep fried Chinese Doughnut
250g Flour bread
1/2 Tablespoons Sugar
1 Teaspoon Salt
1 Teaspoon Baking powder
1/2 Teaspoons yeat q
1/2 Tablespoons Veggie oil
140-145 g Warm water
1 Egg.
ວິທີ່ເຮັດ:
1. ເອົານຳ້ . ນຳ້ຕານ ປະສົມເຂົ້າກັນແລ້ວຄົນໆໃຫ້ນຳ້ຕານເກືອລະລາຍ
2. ເອົາແປ້ງ ແປ້ງຟູ ຢຶດ ເກືອ ປະສົມເຂົ້າກັນແລ້ວເຄິງສອງຮອບ
3. ເອົາສ່ວນປະສົມລວມກັນຕາມວີດີໂອແລ້ວ ຄົນໆບໍ່ຕ້ອງນວດດົນແປ້ງຊິແໜ້ນແລ້ວເອົາໃສ່ກັບທີມີຝາປິດໄວ້ປະມານ3-5ຊົວໂມງ
4. ເວລາທອດເຮັດໄຟກາງ ແລະ ເວລາເອົາແປ້ງລົງໝໍ້ພະຍາຢາມຄົນກັບໄປກັບມາໄວ້ໆໃຫ້ຂະໝົມໂພງ ແລ້ວປະໄວ້ໃຫ້ເຫລືອງຄ່ອບກັບອີກດ້ານໜຶ່ງ
ຂໍ້ຄວນລະວັງໃນສູດນີ້:
ເຮົາໃຊ້ຢຶດມັນຈະຂື້ນໄວ ຄັນແປ້ງຂື້ນລະໃຫ້ທອດເລີຍ ຄັນບໍ່ທັນທອດໃຫ້ເອົາເຂົ້າຕູ້ເຢັນໄວ້ກ່ອນ ຄັນຈະທອດໃຫ້ເອົາມາປະໄວ້ໃປະມານ10ນາທີ່ໃຫ້ແປ້ງເຊົາເຢັນລະຄ່ອຍທອດ
ແຕ່ຖ້າຈະນວດແປ້ງປະໄວ້ຂ້າມຄືນໃຫ້ ສັງເກດອາກາດນຳຖ້າອາກາດຮ້ອນຫລາຍ ບໍ່ຄວນນວດກາງຄືນໄວ້ ເພາະແປ້ງມັນຈະຝູໂພດແລະຈະມີກິນເໝັນຂອງຢຶດນຳ

02/26/2022

ຂະໝົມຈັບກ້ວຍສົດໆຮ້ອນໆມາລະເດີ😋🥰

Address

Calvine Road
Sacramento, CA
95823

Website

Alerts

Be the first to know and let us send you an email when Happy cooking with Anoma posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category